ໂລກຕ້ອງຈາລືກ ຄົນທີ່ຖືກລອບຂ້າ 638ຄັ້ງ ແຕ່ບໍ່ຕາຍ




Fidel castro ອາດິດຜູ້ນຳຜູ້ຍິ່ງໃຫຍ່ຂອງປະເທດ ຄິວບາ  ເປັນອີກບຸກຄົນສຳຄັນຜູ້ໜື່ງຂອງໂລກ ລາວເຄີຍບອກໄວ້ວ່າ ເຄີຍຖືກລອບສັງຫານມາແລ້ວຫຼາຍກວ່າ 600 ຄັ້ງ ໂດຍການຢູ່ເບື້ອງຫຼັງຂອງລັດຖະບານສະຫາລັດອາເມລິກາ ແຕ່ຕົວເອງກໍ່ສາມາດລອດມາໄດ້ທຸກຄັ້ງ


ຟີເດວ ຄັສໂຕ ຊາຍໝຸ່ມທີ່ເກິດໃນຄອບຄົວຊາວນາຄົນສະເປນທີ່ລຳລວຍ ການເຂົ້າມາຮ່ວມເສັ້ນທາງການເມືອງຂອງ ຄັສໂຕ ຖືວ່າຄ່ອນຂ້າງ ໜັກໜາສາກັນຫຼາຍ ເຊີ່ງໃນຕອນຕົ້ນຂອງຊີວິດກໍໄດ້ເລີ້ມຈາການເຂົົ້າໄປກ່ຽວຂ້ອງກັບການຕໍ່ຕ້ານພວກຈັກກະວັດນິຍົມຝ່າຍຊ້າຍ ແລະ ນຳຕົວເຂົ້າໄປພົວພັນກັບຂະບວນການປົດປ່ອຍ ຕໍ່ຕ້ານກັບລັດທະບານຝ່າຍຂົວໃນສາທາລະນະລັດໂດມິນິກັນ ແລະ ໂຄລຳເບຍ ຈົນສາມາດໂຄ່ນລົມ ປະທານນາທິບໍດີຄິວບາ Fulgencio Batista y Zaldívar ໃນຂະນະນັ້ນ ທີ່ໄດ້ຮັບການໜຸນຫຼັງຈາກສະຫາລັດອາເມລິກາ ( ບາງຕອນໃນຊີວິດ ຄັດຈາກ www.wikipidia)


ຟີເດວ ຄັສໂຕ ເປັນນັກປະຕິວັດ ແລະ ນັກການເມືອງທີ່ມີຊື່ສຽງທີ່ສຸດໃນຄິວບາ ແລະ ໄດ້ເປັນນາຍົກລັດຖະມົນຕີຂອງຄິວບາ ຕັ້ງແຕ່ ປີ ຄສ 1959 ຮອດ 1976 ແລະ ເປັນ ປະທານນາທິບໍດີ ແຕ່ປີ 1976 ຫາ 2008 ທ່ານໄດ້ເຊື່ອໜັ້ນໃນລັດທິມາກ-ເລນີນ ແລະ ປົກຄອງປະເທດຄິວບາດ້ວຍ ເດີນຕາມແນວທາງລະບອບສັງຄົມນິຍົມ 


 

ທີໜ້າສົນໃຈ ແລະ ບົ່ງບອກເຖີງຄວາມສະຫຼາດຂອງ ທ່ານ  ຟີເດວ ຄັສໂຕ ອີກສີ່ງນັ້ນຄື 
ທ່ານ ໄດ້ກ່າວໃນສາລະຄະດີ 638 Ways to Kill Castro ທີ່ອອກອາກາດທາງສະຖານນີໂທລະພາບຊ່ອງ 4 ຂອງອັງກິດ ໃນປີ 2006 ​ວ່າ ກວ່າເຄີ່ງສັດຕະວັດທີຫຼັງຈາກຊະນະການປະຕິວັດ ແລະ ຂື້ນມາມີອຳນາດເລີ້ມແຕ່ປີ 1959  ໜ່ວຍງານຂ່າວກອງຂອງສະຫາລັດອາເມລິກາ ພະຍາຍາມວາງແຜນລອບສັງຫານທ່ານດ້ວຍວິທີຕ່າງໆ ເຖີງ 638 ເທືື່ອ ແຕ່ກໍບໍ່ສາມາດເຮັດໄດ້


ວີທີຕ່າງໆໃນການລອບສັງການນັ້ນ ມີທັງບຸກຍີງຢ່າງປະຊິດຕົວ, ເອົາຢາພິດໃສໃນຢາສູບ, ໃຫ້ຄົນໃກ້ໂຕໃສ່ຢາພິດໃນນ້ຳ ໃນອາຫານ ຫຼື ຜ້າເຊັດໜ້າຂອງທ່ານ, ນອກນີ້ຍັງມີວິທີແປກໆເຊັ່ນ ໃສ່ສານເຄມີໃນເກີບທ່ານ ເພື່ອຫວັງຈະໃຫ້ຜົມແລະໜວດເຄົາຂອງທ່ານຫຼົ່ນໃນການຂື້ນໄປກ່າວຖ້ອຍຖະແຫຼງໃນສະຫະປະຊາຊາດ
ແຕ່ແຜນການທີ່ໂດ່ງດັງສຸດ ແມ່ນການນຳລະເບິດ ຊຸກໄວ້ໃນແທ່ນກ່າວຄຳປາໄສ ທີ່ທ່ານຈະຂື້ນເວົ້າໃນປະເທດປານາມາ ເມືອປີ 2000 ແຕ່ໂຊກດີທີ່ໜ່ວຍຮັກສາຄວາມປອດໄພສາມາດເກັບກູ້ສະຖານະການໄວ້ໄດ້


ແລະ ໃນວັນທີ 25 /11/ 2016 ທີ່ຜ່ານມາ ຂ່າວໄດ້ດັ່ງໄປທົ່ວໂລກກັບການເສຍຊີວິດຂອງ ທ່ານ ຟີເດວ ຄັສໂຕ 
ລວມອາຍຸໄດ້ 90 ປີ ເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງປະເທດຄິວບາ  ການຈາກໄປຂອງ ຟີເດວ ຄັສໂຕ ໄດ້ເຮັດໃຫ້ຜູ້ນຳຫຼາຍຄົນທົ່ວໂລກສົງສານສະແດງຄວາມເສຍໃຈຢ່າງຫຼາຍ. ແລະ ເຊື່ອວ່າຜູ້ນຳທ່ານນີ້ ຍັງຄົງຈະຢູ່ໃນປະຫວັດສາດໂລກໄປຕະຫຼອດການ





ຂໍ້ມູນຈາກ wikipidia 
                http://themomentum.co/momentum-feature-fidel-castro

ความคิดเห็น

โพสต์ยอดนิยมจากบล็อกนี้

ລາຍໄດ້ຕໍ່ຄົນຕໍ່ປິ ຂອງ 10 ປະເທດອາຊຽນ

ນາທີຊີວິດ ລົດ10ລໍ້ ຢຽບລົດຈັກ ຢູ່ວົງວຽນທາດຫຼວງ