11 ຜູ້ຍີງ ຄົນໝຸ່ມ ຄົນແກ່ ທີ່ລວຍສຸດໃນໂລກ

ມື້ນີ້ ນົກແຕ໊ດແຕ້ຈະມາລົມຄົນລວຍໃນໝວດຕ່າງໆໃຫ້ທຸກຄົນໃດ້ຮູ້ກັນ
##### ມາເລີມກັນກັບ ຜູ້ຍີ່ງທີ່ລວຍທີສຸດໃນໂລກໃນທະວີບອາຊີ ແລະໃນອາຊຽນ
ຜູ້ຍິງທີ່ລວຍທີ່ສຸດໃນໂລກຄື Liliane Bourt --ມີຊັບ 39.5 ຕື້ ໂດລາສະຫາລັດ, ເປັນຄົນຝຣັ່ງ, ລວຍເປັນອັນດັບ 14ຂອງໂລກ ເປັນເຈົ້າຂອງຜະລິດຕະພັນຄີມທີ່ຮູ້ກັນໄປທົ່ວໂລກ ຄື L'oreal. ຕອນນີ່ ອາຍຸນາງ ແມ່ນ 94ປີປາຍແລ້ວ
ຜູ້ຍິງທີ່ລວຍທີ່ສຸດໃນທະວີບເອເຊຍ ຄື Yang Huiyan -- ມີຊັບສີນ 9 ຕື້ ໂດລາສະຫາລັດ, ເປັນສາວຊາວ ສປ.ຈີນລວຍເປັນອັນດັບ 140 ຂອງໂລກ ເຮັດທຸລະກິດກ່ຽວກັບອະສັງຫາລິມະຊັບ ອາຍຸພຽງແຕ່ 35ປີ
ຜູ້ຍິງທີ່ລວຍທີ່ສຸດໃນອາຊຽນ ຄື Ngyen Thi Phuong Thao -- ມີຊັບສີນ 1.2 ຕື້ ໂດລາສະຫາລັດ, ເປັນສາວຊາວ ຫວຽດນາມ ລວຍເປັນອັນດັບ 1678 ຂອງໂລກ ເຈົ້າຂອງສາຍການບີນ Vietjet Airline ອາຍຸ47ປີ
#### ຕໍ່ດ້ວຍ ບຸກຄົນອາຍຸນ້ອຍທີ່ສຸດທີ່ລວຍທີ່ສຸດໃນໂລກໃນທະວີບອາຊີ ແລະໃນອາຊຽນ
ບຸກຄົນອາຍຸນ້ອຍທີ່ສຸດທີ່ລວຍທີ່ສຸດໃນໂລກຄື Alexandra Andresen --ມີຊັບ 1.2 ຕື້ ໂດລາສະຫາລັດ, ເປັນຄົນນໍເວ, ລວຍເປັນອັນດັບ 1678 ຂອງໂລກ ເປັນນັກລົງທືນ ຕອນນີ່ ອາຍຸນາງພຽງ 21ປີເທົ່ານັ້ນ
ບຸກຄົນອາຍຸນ້ອຍທີ່ສຸດທີ່ລວຍທີ່ສຸດໃນອາຊີຄື Wang Han --ມີຊັບ 1.3 ຕື້ ໂດລາສະຫາລັດ, ເປັນຄົນຈີນ, ລວຍເປັນອັນດັບ 1567 ຂອງໂລກ ທຸລະກິດກ່ຽວກັບສາຍການບິນ ຕອນນີ່ ອາຍຸນາງພຽງ30 ປີເທົ່ານັ້ນ
ບຸກຄົນອາຍຸນ້ອຍທີ່ລວຍທີ່ສຸດໃນອາຊຽນ ຄື Ngyen Thi Phuong Thao ຄົນເກົ່າ-- ມີຊັບສີນ 1.2 ຕື້ ໂດລາສະຫາລັດ, ເປັນສາວຊາວ ຫວຽດນາມ ລວຍເປັນອັນດັບ 1678 ຂອງໂລກ ເຈົ້າຂອງສາຍການບີນ Vietjet Airline ອາຍຸ47ປີ
#### ບຸກຄົນທີ່ອາຍຸຫຼາຍທີ່ສຸດທີ່ລວຍທີ່ສຸດໃນໂລກໃນທະວີບອາຊີ ແລະໃນອາຊຽນ
ດັ່ງນັ້ນ ປັດຈຸບັນ ຕຳແຫນ່ງ ບຸກຄົນທີ່ອາຍຸຫຼາຍທີ່ສຸດທີ່ລວຍທີ່ສຸດໃນໂລກ ໃນອາຊີ ແລະ ໃນອາຊຽນ ຈື່ງຕົກເປັນຂອງ Chang Yun Chung ພຽງຄົນດຽວ -- ມີຊັບສີນ 1.7 ຕື້ ໂດລາສະຫາລັດ, ເປັນຊາວ ສີງກະໂປ ລວຍເປັນອັນດັບ 1234 ຂອງໂລກ ທຸລະກິດ Shipping Vietjet Airline ອາຍຸ 98ປີ
##### ສຸດທ້າຍເຮົາຈະມາເບີ່ງບຸກຄົນທີ່ລວຍທີ່ສຸດໃນໂລກ ໃນທະວີບອາຊີ ແລະໃນອາຊຽນ
ບຸກຄົນທີ່ລວຍທີ່ສຸດໃນໂລກ ຄື Bill Gate ຄົນເກົ່າ-- ມີຊັບສີນ 86 ຕື້ ໂດລາສະຫາລັດ, ເປັນຊາວອາເມລິກາ ລວຍເປັນອັນດັບ 1 ຂອງໂລກ ເຈົ້າຂອງ Microsoft ອາຍຸ 61 ປີ
ບຸກຄົນທີ່ລວຍທີ່ສຸດໃນ ຄື Wang Jianlin -- ມີຊັບສີນ 31 ຕື້ ໂດລາສະຫາລັດ, ເປັນຊາວ ຈີນ ລວຍເປັນອັນດັບ 18 ຂອງໂລກ ທຸລະກິດ ອະສັງຫາລິມະຊັບ ອາຍຸ 62 ປີ
ບຸກຄົນທີ່ລວຍທີ່ສຸດອາຊຽນ ຄື ເຈົ້າສົວ ຈະເລີນ ສິລິວັດທະນາພັກດີ-- ມີຊັບສີນ 15.8 ຕື້ ໂດລາສະຫາລັດ, ເປັນຊາວໄທເຊື້ອສາຍຈີນ ລວຍເປັນອັນດັບ 62 ຂອງໂລກ ເຈົ້າຂອງບໍລິສັດ thai Beverage Public ຜູ້ຜະລິດເບຍຊ້າງ
ຂໍ້ມູນຈາກ: www.forbes.com
ความคิดเห็น
แสดงความคิดเห็น